Seasonal Energy Tips: Translated to Laotian

Seasonal Energy Tips: Translated to Laotian

Translation services were provided by the City of Minneapolis’s Neighborhood and Community Relations Department.

ເຄັດລັບປະຢັດໄຟໃນຍາມໜາວ

  1. ປັບເຄື່ອງຕັດກະແສໄຟຟ້າຂອງທ່ານ. ກົມພະລັງງານແນະນຳໃຫ້ຕັ້ງຄ່າອຸນຫະພູມທີ່ 68 ອົງສາ ເມື່ອທ່ານບໍ່ທັນນອນ ແລະ ຜ່ອນອຸນຫະພູມລົງ (ປະມານ 10 ອົງສາ) ເມື່ອທ່ານອອກໄປນອກ ຫຼື ນອນຫຼັບ. ຮັບປະກັນວ່າຈະບໍ່ຜ່ອນອຸນຫະພູມລົງຕ່ຳກວ່າ 55 ອົງສາ ເພື່ອປ້ອງກັນບໍ່ໃຫ້ທໍ່ຖືກແຊ່ແຂງ.
  2. ໃຊ້ແສງຕາເວັນ. ເປີດມ່ານບັງແດດ ເພື່ອປ່ອຍໃຫ້ແສງຕາເວັນສ່ອງເຂົ້າມາ ໃນຊ່ວງກາງເວັນ ເພື່ອໃຫ້ຄວາມອົບອຸ່ນພາຍໃນເຮືອນ. ຕອນຄຳ່ ປິດມ່ານກັ້ງເພື່ອກັກເກັບຄວາມອົບອຸ່ນໄວ້ພາຍໃນເຮືອນ.
  3. ປົກປິດຊ່ອງອາກາດທີ່ຮົ່ວອອກ. ນຳໃຊ້ແຜ່ນຢາງປລາດສຕິກ ປິດຊ່ອງຮົ່ວທີ່ປ່ອງຢ້ຽມຫາກມີການຮົ່ວ. ນຳໃຊ້ແນວກັນລົມລ່ວງທີ່ຊ່ອງຫວ່າງຂອງປະຕູເພື່ອບໍ່ໃຫ້ອາກາດເຢັນຂ້າງນອກເຂົ້າມາ.
  4. ປຸງແຕ່ງອາຫານແບບງ່າຍໆໄວ້ຢ່າງພຽງພໍ. ອົບເປັນຫຼາຍແນວພ້ອມກັນ ແລະ ແຊ່ແຂງໄວ້ຖ້າເຫຼືອ. ປຸງແຕ່ງແກງທີ່ມັກຂອງທ່ານ ແລະ ຕຳລັບອາຫານລົດເຜັດ ໃນໝໍ້ໄຟຟ້າ. ອາຫານທີ່ຄ່ອຍປຸງແຕ່ງຊ້າໆໃຫ້ລົດຊາດດີເລີດ ແລະ ປະຢັດພະລັງງານ.
  5. ສະຫຼອງວັນພັກດ້ວຍແສງໄຟຈາກດອກໄຟເລດໄລ. ຖ້າທ່ານຕົບແຕ່ງເຮືອນດ້ວຍດອກໄຟ ໃຫ້ນຳໃຊ້ດອກໄຟເລດໄລ ແລະ ຕິດຕັ້ງໃສ່ກັບໂມງຕັ້ງເວລາເປີດປິດ.
  6. ນຳໃຊ້ເຕົາທຳຄວາມຮ້ອນ/ໝໍ້ຕົ້ມ ແລະ ປ່ຽນຕົວກອງເຕົາທຳຄວາມຮ້ອນເປັນປົກກະຕິ. ຈະຊ່ວຍຮັບປະກັນເຄື່ອງໃຊ້ໄຟຟ້າຂອງທ່ານໃຫ້ເຮັດວຽກປອດໄພ ແລະ ມີປະສິດທິພາບ.
  7. ນຳໃຊ້ເຄື່ອງທຳຄວາມຮ້ອນຕັ້ງພື້ນຢ່າງປອດໄພ ແລະ ມີປະສິດທິພາບ. ເປີດນຳໃຊ້ເຄື່ອງທຳຄວາມຮ້ອນຕັ້ງພື້ນແຕ່ຕອນທີ່ທ່ານຢູ່ໃນຫ້ອງ ແລະ ວາງວັດຖຸຕ່າງໆອ້ອມຮອບຫ່າງຈາກຕົວເຄື່ອງໃນໄລຍະຫ່າງທີ່ປອດໄພ.
  8. ເພີ່ມເຄື່ອງນຸ່ງຮົ່ມໃຫ້ອົບອຸ່ນ. ເຄື່ອງນຸ່ງ, ຜ້າຮົ່ມ, ແລະ ຖົງຕີນທີ່ອົບອຸ່ນມີຄວາມສຳຄັນຫຼາຍໃນລະດູໜາວ. ພົມແມ່ນອີກທາງທີ່ສຳຄັນເພື່ອຮັກສາໃຫ້ເຮື່ອຂອງທ່ານມີຄວາມອົບອຸ່ນຂຶ້ນ.
  9. ກວດກາ ແລະ ທຳຄວາມສະອາດເຕົາໄຟຂອງທ່ານ. ຮັບປະກັນວ່າເຕົາໄຟຂອງທ່ານມີຄວາມປອດໄພ. ປິດບ່ອນປັບຊ່ອງລົມເຕົາໄຟເມື່ອທ່ານບໍ່ນຳໃຊ້ເຕົາໄຟ ເພື່ອປ້ອງກັນບໍ່ໃຫ້ຄວາມອົບອຸ່ນຮົ່ວໄຫຼອອກນອກ.
  10. ປັບທິດທາງພັດລົມຕິດເພດານຄືນໃໝ່. ປັບປ່ຽນການໝູນຂອງພັດລົມຕິດເພດານໃຫ້ໝູນຕາມທາງດຽວກັບເຂັມໂມງ ດ້ວຍອັດຕາຕ່ຳ ແລະ ຍູ້ຄວາມອົບອຸ່ນລົງດ້ານລຸ່ມ.

ເຄັດລັບປະຢັດໄຟໃນຍາມໃບໄມ້ປົ່ງ

  1. ປັບເຄື່ອງຕັດກະແສໄຟຟ້າຂອງທ່ານຕາມສະພາບອາກາດ. ສຳລັບສະພາບອາກາດໜາວເຢັນ ໃຫ້ຕັ້ງອຸນຫະພູມທີ່ 68 ອົງສາ ເມື່ອທ່ານຢູ່ເຮືອນ ແລະ ປັບໃຫ້ເຢັນລົງ 10 ອົງສາ ເມື່ອທ່ານອອກໄປນອກ ຫຼື ຍາມກາງຄືນ. ຖ້າອາກາດຂ້າງນອກອຸ່ນ ໃຫ້ເປີດເຄື່ອງປັບອາກາດ ເມື່ອອຸນຫະພູມຢູ່ທີ່ 78 ອົງສາ. ໃຫ້ນຳໃຊ້ເຄື່ອງຕັດກະແສໄຟຟ້າທີ່ຕັ້ງໂປແກລມໄດ້ ຫຼື ປະເພດທັນສະໄໝຄວບຄຸມແບບອັດຕະໂນມັດ ເມື່ອເຕົາທຳຄວາມຮ້ອນ ຫຼື ເຄື່ອງປັບອາກາດເປີດຢູ່.
  2. ຄວບຄຸມການຮັບແສງຕາເວັນ. ເປີດຜ້າກັ້ງປ່ອງຢ້ຽມໄວ້ໃນຊ່ວງກາງເວັນທີ່ອາກາດເຢັນເພື່ອຮັບຄວາມອົບອຸ່ນຈາກແສງຕາເວັນ ແລະ ປິດໄວ້ຍາມມື້ອາກາດຮ້ອນເພື່ອຮັກສາໃຫ້ເຮືອນເຢັນ.
  3. ຮັກສາເຄື່ອງປັບອາກາດທີ່ເຮັດວຽກຢ່າງດີ. ຮັບປະກັນເຄື່ອງປັບອາກາດຂອງທ່ານພ້ອມໃຫ້ຄວາມເຢັນສະບາຍໃນລະຫວ່າງມື້ທີ່ອາກາດຮ້ອນ ແລະ ປອດໄພຈາກຊາກຫັກພັງຂ້າງນອກ.
  4. ເປີດປ່ອງຢ້ຽມ ເພື່ອເຮັດໃຫ້ເຮືອນເຢັນລົງຕາມທຳມະຊາດ.
  5. ນໍາໃຊ້ພັດລົມ. ໃຊ້ແທນທີ່ການໃຊ້ເຄື່ອງປັບອາກາດ ຫຼື ໃຊ້ຮ່ວມກັບເຄື່ອງປັບອາກາດ ເມື່ອອາກາດອົບເອົ້າ. ປັບພັດລົມຕິດເພດານໝູນໃນທິດທາງກົງກັນຂ້າມກັບທິດຂອງເຂັມໂມງ ເພື່ອອາກາດອົບເອົ້າຈະບໍ່ຖືກຍູ້ລົງ.
  6. ສືບຕໍ່ປ່ຽນຕົວກອງເຕົາທໍາຄວາມຮ້ອນ. ຖ້າທ່ານນຳໃຊ້ລະບົບປັບອາກາດຈາກສູນກາງ ອາກາດສືບຕໍ່ເຄື່ອນຜ່ານເຕົາທຳຄວາມຮ້ອນ. ຕົວກອງສາມາດຊ່ວຍໃນເລື່ອງສານເກີດພູມແພ້, ໃຫ້ທຳຄວາມສະອາດຕົວກອງເພື່ອຮັກສາໃຫ້ລະບົບໃຫ້ມີປະສິດທິພາບ.
  7. ລົງທະບຽນເຂົ້າໃນໂຄງການໝູນວຽນລະບົບປັບອາກາດ ທີ່ສະໜອງໃຫ້ໂດຍໜ່ວຍງານບໍລິການສາທາລະນະປະໂຫຍດທ້ອງຖິ່ນ ຖ້າທ່ານນຳໃຊ້ລະບົບປັບອາກາດຈາກສູນກາງ. ທ່ານຈະໄດ້ຮັບສ່ວນຫຼຸດເພື່ອໃຫ້ໜ່ວຍງານດັ່ງກ່າວໝູນວຽນປິດເປີດເຄື່ອງປັບອາກາດຂອງທ່ານໃນລະຫວ່າງທີ່ໃຊ້ພະລັງງານຫຼາຍທີ່ສູດ.
  8. ອາບນໍ້າຈາກຝັກບົວ ແທນທີ່ການອາບນ້ຳໃນອ່າງ ເພື່ອຫຼຸດຜ່ອນການໃຊ້ນ້ຳອຸ່ນໃນເຮືອນ.
  9. ຈົດຈໍາວ່າຕ້ອງນໍາໃຊ້ພັດລົມດູດອາກາດໃນຫ້ອງອາບນໍ້າ ເພື່ອຂະຈັດຄວາມຮ້ອນເກີນກຳນົດ ແລະ ຄວາມຊື້ນບໍ່ໃຫ້ລອດເຂົ້າສ່ວນອື່ນຂອງເຮືອນ.
  10. ທໍາຄວາມສະອາດແຜງໝໍ້ນໍ້າຕູ້ເຢັນ ເມື່ອເຮັດຄວາມສະອາດເຮືອນ ແລະ ເຮັດສອງສາມເທື່ອຕໍ່ປີ ຫຼື ເຮັດຖີ່ຂຶ້ໜກວ່ານັ້ນ ຖ້າທ່ານມີສັດລ້ຽງ.

ເຄັດລັບປະຢັດໄຟໃນຍາມຮ້ອນ

  1. ປັບເຄື່ອງປັບອາກາດຂອງທ່ານ. ກົມພະລັງງານແນະນຳໃຫ້ຕັ້ງຄ່າອຸນຫະພູມທີ່ 78 ອົງສາ ເຊິ່ງຈະຊ່ວຍທ່ານປະຢັດພະລັງງານ ແລະ ຍັງຄົງຢູ່ສະບາຍ.
  2. ນຳໃຊ້ເຄື່ອງຕັດກະແສໄຟຟ້າທີ່ຕັ້ງໂປແກລມໄດ້ ໂດຍຕັ້ງຄ່າໂອໂຕ ເພື່ອຄວບຄຸມເຄື່ອງປັບອາກາດຂະນະທີ່ເປີດປິດຊ່ວງກາງເວັນ.
  3. ໃຊ້ປະໂຫຍດຈາກໂປແກລມປະຢັດ ທີ່ໃຫ້ສ່ວນຫຼຸດ ເພື່ອໃຫ້ໜ່ວຍງານສາທາລະນະປະໂຫຍດໝູນວຽນເປີດປິດເຄື່ອງປັບອາກາດຂອງທ່ານ ໃນລະຫວ່າງໃຊ້ພະລັງງານຫຼາຍສຸດ.
  4. ນຳໃຊ້ພັດລົມແທນທີ ຫຼື ໃຊ້ພ້ອມກັບເຄື່ອງປັບອາກາດ. ພັດລົມສາມາດເຮັດໃຫ້ທ່ານເຢັນລົງ 4 ອົງສາ. ປິດພັດລົມ ເມື່ອທ່ານອອກຈາກຫ້ອງ ເພື່ອປະຢັດພະລັງງານ. ພັດລົມຊ່ວຍໃຫ້ທ່ານຮູ້ສຶກເຢັນລົງ ແຕ່ມັນຈະບໍ່ຫຼຸຸດອຸນຫະພູມຂອງຫ້ອງ.
  5. ກຳຈັດສິ່ງກີດຂວາງ ອອກຈາກຊ່ອງທາງອາກາດ ແລະ ພັດລົມ ເພື່ອຮັບປະກັນກະແສລົມທີ່ແນ່ນອນພາຍໃນເຮືອນ.
  6. ຫຼີກລ່ຽງການຈັດວາງໂຄມໄຟ ຫຼື ໂທລະທັດໃກ້ກັບເຄື່່ອງຕັດກະແສໄຟ. ເຄື່ອງຕັດກະແສໄຟສາມາດດັກຈັບຄວາມຮ້ອນຈາກອຸປະກອນເຫຼົ່ານີ້ ແລະ ເປັນເຫດໃຫ້ເຄື່ອງປັບອາກາດເຮັດວຽກດົນເກີນຄວາມຈຳເປັນ.
  7. ເປີດປ່ອງຢ້ຽມໃນຕອນເຊົ້າ ແລະ ຕອນແລງ ເພື່ອໃຫ້ອາກາດເຢັນພັດເຂົ້າໃນ ໃນມື້ອາກາດຮ້ອນ, ປິດປ່ອງຢ້ຽມ ແລະ ຜ້າກັ້້ງ ເພື່ອຮັກສາອຸນຫະພູມເຢັນ.
  8. ນຳໃຊ້ພັດລົມດູດອາກາດໃນຫ້ອງອາບນ້ຳ ເພື່ອດູດຄວາມຮ້ອນ ແລະ ຄວາມຊຸ່ມອອກຈາກຫ້ອງອາບນ້ຳ.
  9. ຫຼີກລ່ຽງການປຸງແຕ່ງອາຫານ, ການອົບ, ແລະ ການນຳໃຊ້ເຄື່ອງໃຊ້ຕ່າງໆ ເຊັ່ນ ເຄື່ອງອົບຜ້າແຫ້ງ ທີ່ສ້າງຄວາມຮ້ອນໃນຊ່ວງອາກາດຮ້ອນທີ່ສຸດຂອງມື້. ຈະດີຫຼາຍຖ້າຈະປຸງແຕ່ງອາຫານຢູ່ນອກເຮືອນ ແລະ ຢຸດວຽກເຮືອນເຫຼົ່ານັ້ນ!
  10. ຊອກຫາລຸ້ນປະຢັດໄຟຟ້າ ເມື່ອຮອດເວລາປ່ຽນເຄື່ອງປັບອາກາດ. ຈະຊ່ວຍປະຢັດພະລັງານຕື່ມ, ປະຢັດເງິນຕະຫຼອດໄລຍະການໃຊ້ງານ, ແລະ ທ່ານອາດຈະຢັ້ງຢືນເພື່ອຮັບເງິນຄືນຈາກບໍລິສັດເຄື່ອງສາທາລະນະປະໂຫຍດຂອງທ່ານ.

ເຄັດລັບປະຢັດໄຟໃນຍາມໃບໄມ້ຫຼົ່ນ

  1. ປັບເຄື່ອງຕັດກະແສໄຟຟ້າຂອງທ່ານ. ກົມພະລັງງານແນະນຳໃຫ້ຕັ້ງຄ່າອຸນຫະພູມທີ່ 68 ອົງສາ ເມື່ອທ່ານບໍ່ທັນນອນ ແລະ ຜ່ອນອຸນຫະພູມລົງ (ປະມານ 10 ອົງສາ) ເມື່ອທ່ານອອກໄປນອກ ຫຼື ນອນຫຼັບ.
  2. ນຳໃຊ້ເຄື່ອງຕັດກະແສໄຟຟ້າທີ່ຕັ້ງໂປແກລມໄດ້ ຫຼື ແບບທັນສະໄໝ ເພື່ອຄວບຄຸມການເປີດ-ປິດຂອງເຕົາທຳຄວາມຮ້ອນຊ່ວງກາງເວັນ.
  3. ເປີດໃຊ້ເຕົາເທົາຄວາມຮ້ອນ ເພື່ອໃຫແນ່ໃຈວ່າມັນທຳງານຢ່າງມີປະສິດທີພາບເມື່ອອາກາດເລີ່ມຕົ້ນເຢັນລົງ.
  4. ໃຊ້ປະໂຫຍດຈາກແສງຕາເວັນ. ເປີດຜ້າກັ້ງ ຫຼື ຜ້າມ່ານ ຕະຫຼອດຊ່ວງກາງເວັນເພື່ອຮັບເອົາແສງຕາເວັນ ເພື່ອທຳຄວາມອົບອຸ່ນບ້ານເຮືອນໂດຍວິທີທຳມະຊາດ.
  5. ກວດກາປ່ອງຢ້ຽມ ແລະ ປະຕູ ເພື່ອຊອກບ່ອນຮົ່ວ ແລະ ປິດບ່ອນຮົ່ວກ່ອນທີ່ອາກາດໜາວຈະມາຮອດ.
  6. ນຸ່ງຫົ່ມຫຼາຍຊັ້ນຕື່ມ. ນຸ່ງຮົມຫຼາຍຊັ້ນຕື່ມຊ່ວງເດືອນຂອງລະດູໜາວຊ່ວຍໃຫ້ຢູ່ງ່າຍ ແລະ ຫຼຸດຄ່າພະລັງງານ.
  7. ປຸງແຕ່ງ ແລະ ອົບຢ່າງມີປະສິດທິພາບ. ນຳໃຊ້ຝາປິດໝໍ້ ແລະ ກະທະ ເພື່ອຫຼຸດເວລາປຸງແຕ່ງອາຫານ. ອົບຫຼາຍແນວພ້ອມກັນເທື່ອດຽວ. ນຳໃຊ້ໝໍ້ໄຟຟ້າ, ເຕົາປີ້ງ, ແລະ ເຕົາອົບເພື່ອປະຢັດພະລັງງານ.
  8. ຮັກສາຕູ້ເຢັນ ແລະ ຕູ້ແຊ່ແຂງໃຫ້ເຕັມ ແຕ່ບໍ່ແອອັດ. ຖ້າຕູ້ເຢັນ ຫຼື ຕູ້ແຊ່ແຂງຂອງທ່ານເປົ່າຫວ່າງ, ໃຫ້ຕື່ມນ້ຳໃສ່ການົມເພື່ອວາງໃສ່ພື້ນທີ່ຫວ່າງ ແລະ ນຳອາຫານເກົ່າອອກ ຖ້າມັນເຕັມເກີນໄປ.
  9. ກວດສອບ ແລະ ທຳຄວາມສະອາດເຕົາໄຟຂອງທ່ານ. ໃຫ້ແນ່ໃຈວ່າເຕົາໄຟຂອງທ່ານປອດໄພ. ປິດບ່ອນປັບຊ່ອງລົມເມື່ອບໍ່ນຳໃຊ້ເຕົາ ເພື່ອປ້ອງກັນບໍ່ໃຫ້ຄວາມອົບອຸ່ນລອດອອກ.
  10. ປັບທິດທາງພັດລົມຕິດເພດານຄືນ. ປັບການໝູນຂອງພັດລົມຕິດເພດານໃຫ້ໝູນຕາມທາງດຽວກັບເຂັມໂມງ ດ້ວຍອັດຕາຕ່ຳ ແລະ ຍູ້ຄວາມອົບອຸ່ນລົງດ້ານລຸ່ມ.

Translation Disclaimer: The Laotian version is a translation of the original in English for information purposes only. If any questions arise concerning the accuracy of the information presented by the translated version, please refer to the English version.

Stay in the loop!

Get the latest updates with CUB's monthly newsletter.

You have successfully subscribed to the newsletter

There was an error while trying to send your request. Please try again.